ເບິ່ງຂໍ້ມູນເຈາະເລິກໄດ້ຢ່າງວ່ອງໄວດ້ວຍ Google Forms

ສ້າງ ແລະ ແບ່ງປັນແບບຟອມ ແລະ ແບບສຳຫຼວດອອນລາຍພ້ອມທັງວິເຄາະຄຳຕອບແບບສົດໆໄດ້ຢ່າງງ່າຍດາຍ.

ສ້າງແບບຟອມອອນລາຍໄດ້ງ່າຍດາຍຄືກັບການສ້າງເອກະສານ

ເລືອກຈາກປະເພດຄຳຖາມຫຼາຍປະເພດ, ການລາກ ແລະ ວາງເພື່ອຈັດຮຽງຄຳຖາມຄືນໃໝ່ ແລະ ປັບແຕ່ງຄ່າໄດ້ຢ່າງງ່າຍດາຍຄືກັບການວາງລາຍຊື່ໃດໜຶ່ງ.

ສ້າງແບບຟອມໄດ້ຢ່າງງ່າຍດາຍ ສ້າງແບບຟອມໄດ້ຢ່າງງ່າຍດາຍ

ສົ່ງແບບສຳຫຼວດ ແລະ ແບບຟອມທີ່ປັບປຸງແລ້ວ

ປັບແຕ່ງສີ, ຮູບ ແລະ ຟອນເພື່ອປັບແກ້ໜ້າຕາສີສັນ ຫຼື ສະທ້ອນແບຣນຂອງອົງການທ່ານ. ແລະ ເພີ່ມໂລຈິກແບບກຳນົດເອງທີ່ສະແດງຄຳຖາມໂດຍອ້າງອີງໃສ່ຄຳຕອບ, ເພື່ອໃຫ້ໄດ້ປະສົບການທີ່ຕໍ່ເນື່ອງຍິ່ງຂຶ້ນ.

ສົ່ງແບບສຳຫຼວດທີ່ປັບປຸງແລ້ວ ສົ່ງແບບສຳຫຼວດທີ່ປັບປຸງແລ້ວ

ວິເຄາະຄຳຕອບດ້ວຍສະຫຼຸບອັດຕະໂນມັດ

ເບິ່ງແຜນພາບພ້ອມອັບເດດຂໍ້ມູນການຕອບກັບແບບສົດໆ. ຫຼື ເປີດຂໍ້ມູນດິບດ້ວຍ Google Sheets ເພື່ອວິເຄາະໃຫ້ເລິກຂຶ້ນ ຫຼື ເພື່ອໃຊ້ການດຳເນີນການອັດຕະໂນມັດ.

ວິເຄາະຄຳຕອບດ້ວຍສະຫຼຸບ ວິເຄາະຄຳຕອບດ້ວຍສະຫຼຸບ

ສ້າງ ແລະ ຕອບກັບຫາແບບສຳຫຼວດຈາກບ່ອນໃດກໍໄດ້

ເຂົ້າເຖິງ, ສ້າງ ແລະ ແກ້ໄຂແບບຟອມອອນລາຍ, ບໍ່ວ່າຈະເປັນໜ້າຈໍນ້ອຍຫຼືໃຫຍ່ກໍຕາມ. ຄົນອື່ນຈະສາມາດຕອບກັບຫາແບບສຳຫຼວດຂອງທ່ານຈາກບ່ອນໃດກໍໄດ້ທີ່ເຂົາເຈົ້າຢູ່, ຈາກອຸປະກອນມືຖື, ແທັບເລັດ ຫຼື ຄອມພິວເຕີໃດກໍໄດ້.

Forms ຕອບກັບຫາແບບຟອມແບບສຳຫຼວດ Forms ຕອບກັບຫາແບບຟອມແບບສຳຫຼວດ
ສ້າງແບບຟອມ ແລະ ວິເຄາະຜົນຮ່ວມກັນ

ສ້າງແບບຟອມ ແລະ ວິເຄາະຜົນໄດ້ຮັບຮ່ວມກັນ

ເພີ່ມຜູ້ຮ່ວມເຮັດວຽກ, ເຊັ່ນດຽວກັບ Google Docs, Sheets ແລະ Slides ເພື່ອສ້າງຄຳຖາມໄປພ້ອມກັນແບບສົດໆ. ຈາກນັ້ນວິເຄາະຜົນໄດ້ຮັບຮ່ວມກັນໂດຍບໍ່ຕ້ອງແບ່ງປັນໄຟລ໌ຫຼາຍໆເວີຊັນ.

ເຮັດວຽກກັບຂໍ້ມູນການຕອບກັບບໍລິສຸດ

ເຮັດວຽກກັບຂໍ້ມູນການຕອບກັບບໍລິສຸດ

ໃຊ້ຄຸນສົມບັດອັດສະລິຍະທີ່ມີມາໃນຕົວເພື່ອຕັ້ງກົດລະບຽບການກວດສອບການຕອບກັບ. ຕົວຢ່າງ: ກວດສອບວ່າທີ່ຢູ່ອີເມວມີຮູບແບບທີ່ຖືກຕ້ອງແລ້ວ ຫຼື ກວດສອບວ່າຕົວເລກຕ່າງໆຕົກຢູ່ໃນໄລຍະທີ່ລະບຸໄວ້ແລ້ວ.

ແບ່ງປັນແບບຟອມຜ່ານອີເມວ, ລິ້ງ ຫຼື ເວັບໄຊ

ແບ່ງປັນແບບຟອມຜ່ານອີເມວ, ລິ້ງ ຫຼື ເວັບໄຊ

ມັນງ່າຍໃນການແບ່ງປັນແບບຟອມໃຫ້ກັບຄົນທີ່ຕ້ອງການ ຫຼື ໃຫ້ກັບຜູ້ຊົມຈຳນວນຫຼາຍໂດຍການຝັງແບບຟອມຢູ່ເວັບໄຊຂອງທ່ານ ຫຼື ແບ່ງປັນລິ້ງຢູ່ໂຊຊຽວມີເດຍ.

ຄວາມປອດໄພ, ການປະຕິບັດຕາມ ແລະ ຄວາມເປັນສ່ວນຕົວ

ປ້າຍ ISO IEC ປ້າຍ SOC ປ້າຍ FR ປ້າຍ Hipaa

ມີຄວາມເປັນປອດໄພເປັນຄ່າເລີ່ມຕົ້ນ

ພວກເຮົາໃຊ້ມາດຕະການຄວາມປອດໄພລະດັບແນວໜ້າຂອງອຸດສາຫະກຳເພື່ອຮັກສາຄວາມປອດໄພໃຫ້ຂໍ້ມູນຂອງທ່ານ, ຮວມທັງການປົກປ້ອງເມົາແວຂັ້ນສູງ. ນອກຈາກນັ້ນ, Forms ຍັງເຮັດວຽກໃນຄລາວເປັນພື້ນຖານ, ເຊິ່ງເຮັດໃຫ້ບໍ່ຈຳເປັນຕ້ອງໃຊ້ໄຟລ໌ໃນເຄື່ອງ ແລະ ຫຼຸດຄວາມສ່ຽງທີ່ມີຕໍ່ອຸປະກອນຂອງທ່ານນຳ.

ການເຂົ້າລະຫັດໃນເວລາສົ່ງ ແລະ ໃນເວລາຈັດເກັບ

ໄຟລ໌ທັງໝົດທີ່ອັບໂຫຼດໄປໃສ່ Google Drive ຫຼື ສ້າງຂຶ້ນໃນ Forms ແມ່ນຖືກເຂົ້າລະຫັດໄວ້ໃນລະຫວ່າງການສົ່ງ ແລະ ໃນເວລາຈັດເກັບ.

ການປະຕິບັດຕາມເພື່ອຮອງຮັບຂໍ້ກຳນົດດ້ານກົດລະບຽບ

ຜະລິດຕະພັນຂອງພວກເຮົາ, ຮວມທັງ Forms, ແມ່ນໄດ້ຮັບການຢັ້ງຢືນຄວາມປອດໄພ, ຄວາມເປັນສ່ວນຕົວ ແລະ ການຄວບຄຸມການປະຕິບັດຕາມ ໂດຍອິດສະລະຢ່າງເປັນປະຈຳ.

ອອກແບບມາໂດຍເນັ້ນຄວາມເປັນສ່ວນຕົວ

Forms ປະຕິບັດຕາມພັນທະສັນຍາຄວາມເປັນສ່ວນຕົວ ແລະ ການປົກປ້ອງຂໍ້ມູນທີ່ແຂງແກ່ນເຊັ່ນດຽວກັບສ່ວນທີ່ເຫຼືອຂອງ ບໍລິການອົງກອນຂອງ Google Cloud.

ໄອຄອນຄວາມເປັນສ່ວນຕົວ

ທ່ານຄວບຄຸມຂໍ້ມູນຂອງທ່ານ.

ພວກເຮົາຈະບໍ່ໃຊ້ເນື້ອຫາ Forms ຂອງທ່ານເພື່ອຈຸດປະສົງໃນການໂຄສະນາ.

ພວກເຮົາຈະບໍ່ຂາຍຂໍ້ມູນສ່ວນຕົວຂອງທ່ານໃຫ້ກັບພາກສ່ວນທີສາມ.

ຊອກຫາແພັກເກດທີ່ເໝາະກັບທ່ານ

Google Forms ແມ່ນສ່ວນໜຶ່ງຂອງ Google Workspace

ທຸກແພັກເກດຮວມມີ

  • ໄອຄອນ docs
  • ໄອຄອນ sheets
  • ໄອຄອນ slides
  • ໄອຄອນ forms
  • ໄອຄອນ keep
  • ໄອຄອນ sites
  • ໄອຄອນ drive
  • ໄອຄອນ gmail
  • ໄອຄອນ Meet
  • ໄອຄອນປະຕິທິນ
  • ໄອຄອນ chats

ລອງໃຊ້ Forms for Work

ສຳລັບສ່ວນບຸກຄົນ (ຟຣີ)

ໄປຫາ Forms

Business Standard

$12 USD

ຕໍ່ຜູ້ໃຊ້/ເດືອນ, ຂໍ້ຜູກມັດ 1 ປີ info ຫຼື $14.40 ຕໍ່ຜູ້ໃຊ້/ເດືອນ, ເມື່ອຖືກຮຽກເກັບເງິນລາຍເດືອນ

ເລີ່ມຕົ້ນ

ເບິ່ງແພັກເກດເພີ່ມເຕີມ

Google Forms
Docs, Sheets, Slides, Forms

ການສ້າງເນື້ອຫາ

done

done

Google Drive
Drive

ບ່ອນຈັດເກັບຂໍ້ມູນຄລາວທີ່ປອດໄພ

15 GB ຕໍ່ຜູ້ໃຊ້

2 TB ຕໍ່ຜູ້ໃຊ້

Drive ທີ່ແບ່ງປັນສຳລັບທີມຂອງທ່ານ

remove

done

Google Gmail
Gmail

ອີເມວທີ່ປອດໄພ

done

done

ອີເມວທຸລະກິດກຳນົດເອງ

remove

done

Google Meet
Meet

ການປະຊຸມວິດີໂອ ແລະ ສຽງ

ຜູ້ເຂົ້າຮ່ວມ 100 ຄົນ

ຜູ້ເຂົ້າຮ່ວມ 150 ຄົນ

ບັນທຶກການປະຊຸມໄປໃສ່ Drive ແລ້ວ

remove

done

ຜູ້ເບິ່ງແຍງລະບົບຄວາມປອດໄພ
ຜູ້ເບິ່ງແຍງ

ການເບິ່ງແຍງລະບົບແບບຮວມສູນ

remove

done

ການຄວບຄຸມນະໂຍບາຍຄວາມປອດໄພແບບອີງໃສ່ກຸ່ມ

remove

done

ການຊ່ວຍເຫຼືອລູກຄ້າ

ບໍລິການຕົວເອງອອນລາຍ ແລະ ກະດານສົນທະນາຊຸມຊົນ

ການຊ່ວຍເຫຼືອອອນລາຍຕະຫຼອດ 24 ຊົ່ວໂມງ ແລະ ກະດານສົນທະນາຊຸມຊົນ

ພ້ອມເລີ່ມຕົ້ນຫຼືຍັງ?