ສ້າງໄອເດຍທີ່ດີທີ່ສຸດຂອງທ່ານນຳກັນໃນ Google Docs

ສ້າງ ແລະ ເຮັດວຽກຮ່ວມກັນຢູ່ເອກະສານອອນລາຍໄດ້ແບບສົດໆຈາກອຸປະກອນໃດກໍໄດ້.

ການຮ່ວມມືກັນຢ່າງຕໍ່ເນື່ອງ, ຈາກບ່ອນໃດກໍໄດ້

ແກ້ໄຂຮ່ວມກັນແບບສົດໆພ້ອມກັບການແບ່ງປັນທີ່ງ່າຍດາຍ ແລະ ໃຊ້ຄຳເຫັນ, ການແນະນຳ ແລະ ລາຍການຄຳສັ່ງເພື່ອຂັບເຄື່ອນສິ່ງຕ່າງໆຕໍ່ໄປ. ຫຼື ໃຊ້ @-ກ່າວເຖິງ ເພື່ອດຶງຄົນທີ່ກ່ຽວຂ້ອງ, ໄຟລ໌ ແລະ ນັດໝາຍຕ່າງໆໄປໃສ່ Docs ອອນລາຍຂອງທ່ານສຳລັບການຮ່ວມມືກັນທີ່ຫຼາກຫຼາຍ.

Docs Supercharge ການເຮັດວຽກເປັນທີມ Docs Supercharge ການເຮັດວຽກເປັນທີມ

ຂຽນໄດ້ໄວຂຶ້ນດ້ວຍຄຸນສົມບັດອັດສະລິຍະທີ່ມີມາໃນຕົວ

ຄຸນສົມບັດຊ່ວຍຕ່າງໆ ເຊັ່ນ: ການຂຽນອັດສະລິຍະຈະຊ່ວຍໃຫ້ທ່ານຂຽນໄດ້ໄວຂຶ້ນໂດຍມີຂໍ້ຜິດພາດໜ້ອຍລົງ, ເພື່ອໃຫ້ທ່ານສຸມໃສ່ໄອເດຍຕ່າງໆໄດ້. ແລະ ປະຢັດເວລາກັບການແນະນຳການສະກົດຄຳ ແລະ ໄວຍະກອນ, ການພິມດ້ວຍສຽງ ແລະ ການແປພາສາເອກະສານແບບດ່ວນ.

Docs ຂຽນໄວຂຶ້ນ Docs ຂຽນໄວຂຶ້ນ

ເຊື່ອມຕໍ່ຫາແອັບ Google ອື່ນໆຂອງທ່ານໄດ້ຢ່າງຕໍ່ເນື່ອງ

Docs ເຊື່ອມຕໍ່ຫາແອັບ Google ອື່ນໆທີ່ທ່ານມັກຢ່າງຮອບຄອບເພື່ອຊ່ວຍທ່ານປະຢັດເວລາ. ຕອບກັບຫາຄຳເຫັນໄດ້ໂດຍກົງຈາກ Gmail, ຝັງແຜນພາບຈາກ Google Sheets ແລະ ແບ່ງປັນໄດ້ຢ່າງງ່າຍດາຍຜ່ານ Google Meet. ທ່ານສາມາດຊອກຫາເວັບ ແລະ Google Drive ສຳລັບເນື້ອຫາ ແລະ ຮູບທີ່ກ່ຽວຂ້ອງກັນໂດຍກົງຈາກ Docs ນຳກໍໄດ້.

Docs ເຊື່ອມຕໍ່ຢ່າງຕໍ່ເນື່ອງ Docs ເຊື່ອມຕໍ່ຢ່າງຕໍ່ເນື່ອງ

ນຳເອົາການເຮັດວຽກຮ່ວມກັນ ແລະ ຄຸນສົມບັດອັດສະລິຍະໄປໃສ່ປະເພດໄຟລ໌ອື່ນໆ

ແກ້ໄຂໄຟລ໌ Microsoft PowerPoint ອອນລາຍໄດ້ຢ່າງງ່າຍດາຍໂດຍບໍ່ຕ້ອງປ່ຽນແປງພວກມັນ ແລະ ຂຽນວາງໃສ່ຄຸນສົມບັດການຊ່ວຍ ແລະ ການຮ່ວມມືທີ່ປັບປຸງໃຫ້ດີຂຶ້ນຂອງ Docs ເຊັ່ນ: ຄຳສັ່ງລາຍການ ແລະ ການຂຽນອັດສະລິຍະ. ນອກຈາກນັ້ນ, ທ່ານຍັງສາມາດນຳເຂົ້າ PDF ເພື່ອເຮັດໃຫ້ສາມາດແກ້ໄຂພວກມັນໄດ້ທັນທີນຳ.

Docs ການເຮັດວຽກຮ່ວມກັນ Docs ການເຮັດວຽກຮ່ວມກັນ
ເຮັດວຽກໄດ້ຫຼາຍຂຶ້ນໂດຍໃສ່ສ່ວນເສີມ

ເຮັດວຽກໄດ້ຫຼາຍຂຶ້ນດ້ວຍສ່ວນເສີມ

ເຂົ້າເຖິງແອັບພລິເຄຊັນພາກສ່ວນທີສາມທີ່ມີຫຼາກຫຼາຍໄດ້ທັນທີຈາກ Docs. ບໍ່ວ່າຈະເປັນແອັບ e-signature ຫຼື ເຄື່ອງມືການຈັດການໂປຣເຈັກ, ທ່ານກໍສາມາດເປີດມັນໄດ້ຈາກ Docs ເພື່ອເຮັດວຽກໄດ້ໄວຂຶ້ນ.

ເຮັດວຽກຢູ່ເນື້ອຫາສົດໃໝ່ຢູ່ສະເໝີ

ເຮັດວຽກຢູ່ເນື້ອຫາສົດໃໝ່

ດ້ວຍ Docs, ທຸກຄົນຈະເຮັດວຽກຢູ່ເອກະສານເວີຊັນຫຼ້າສຸດ. ແລະ ດ້ວຍການແກ້ໄຂທີ່ບັນທຶກອັດຕະໂນມັດໃນປະຫວັດເວີຊັນ, ມັນຈຶ່ງເປັນເລື່ອງງ່າຍໃນການຕິດຕາມ ຫຼື ຍົກເລີກການປ່ຽນແປງ.

ສືບຕໍ່ເຮັດວຽກໄດ້ເຖິງແມ່ນວ່າຈະອອບລາຍຢູ່

ສືບຕໍ່ເຮັດວຽກໄດ້ເຖິງແມ່ນວ່າຈະອອບລາຍຢູ່

ທ່ານສາມາດເຂົ້າເຖິງ, ສ້າງ ແລະ ແກ້ໄຂ Docs ໄດ້ເຖິງແມ່ນວ່າຈະບໍ່ມີການເຊື່ອມຕໍ່ອິນເຕີເນັດກໍຕາມ, ຊ່ວຍໃຫ້ທ່ານສາມາດເຮັດວຽກຈາກບ່ອນໃດກໍໄດ້.

ຄວາມປອດໄພ, ການປະຕິບັດຕາມ ແລະ ຄວາມເປັນສ່ວນຕົວ

ປ້າຍ ISO IEC ປ້າຍ SOC ປ້າຍ FR ປ້າຍ Hipaa

ມີຄວາມເປັນປອດໄພເປັນຄ່າເລີ່ມຕົ້ນ

ພວກເຮົາໃຊ້ມາດຕະການຄວາມປອດໄພລະດັບແນວໜ້າຂອງອຸດສາຫະກຳເພື່ອຮັກສາຄວາມປອດໄພໃຫ້ຂໍ້ມູນຂອງທ່ານ, ຮວມທັງການປົກປ້ອງເມົາແວຂັ້ນສູງ. ນອກຈາກນັ້ນ, Docs ຍັງເຮັດວຽກໃນຄລາວເປັນພື້ນຖານ, ເຊິ່ງເຮັດໃຫ້ບໍ່ຈຳເປັນຕ້ອງໃຊ້ໄຟລ໌ໃນເຄື່ອງ ແລະ ຫຼຸດຄວາມສ່ຽງທີ່ມີຕໍ່ອຸປະກອນຂອງທ່ານນຳ.

ການເຂົ້າລະຫັດໃນເວລາສົ່ງ ແລະ ໃນເວລາຈັດເກັບ

ໄຟລ໌ທັງໝົດທີ່ອັບໂຫຼດໄປໃສ່ Google Drive ຫຼື ສ້າງຂຶ້ນໃນ Docs ແມ່ນຖືກເຂົ້າລະຫັດໄວ້ໃນລະຫວ່າງການສົ່ງ ແລະ ໃນເວລາຈັດເກັບ.

ການປະຕິບັດຕາມເພື່ອຮອງຮັບຂໍ້ກຳນົດດ້ານກົດລະບຽບ

ຜະລິດຕະພັນຂອງພວກເຮົາ, ຮວມທັງ Docs, ແມ່ນໄດ້ຮັບການຢັ້ງຢືນຄວາມປອດໄພ, ຄວາມເປັນສ່ວນຕົວ ແລະ ການຄວບຄຸມການປະຕິບັດຕາມ ໂດຍອິດສະລະຢ່າງເປັນປະຈຳ.

ອອກແບບມາໂດຍເນັ້ນຄວາມເປັນສ່ວນຕົວ

Docs ປະຕິບັດຕາມພັນທະສັນຍາຄວາມເປັນສ່ວນຕົວ ແລະ ການປົກປ້ອງຂໍ້ມູນທີ່ແຂງແກ່ນເຊັ່ນດຽວກັບສ່ວນທີ່ເຫຼືອຂອງ ບໍລິການອົງກອນຂອງ Google Cloud.

ໄອຄອນຄວາມເປັນສ່ວນຕົວ

ທ່ານຄວບຄຸມຂໍ້ມູນຂອງທ່ານ.

ພວກເຮົາຈະບໍ່ໃຊ້ເນື້ອຫາ Docs ຂອງທ່ານເພື່ອຈຸດປະສົງໃນການໂຄສະນາ.

ພວກເຮົາຈະບໍ່ຂາຍຂໍ້ມູນສ່ວນຕົວຂອງທ່ານໃຫ້ກັບພາກສ່ວນທີສາມ.

ຊອກຫາແພັກເກດທີ່ເໝາະກັບທ່ານ

Google Docs ເປັນສ່ວນໜຶ່ງຂອງ Google Workspace

ທຸກແພັກເກດຮວມມີ

  • ໄອຄອນ docs
  • ໄອຄອນ sheets
  • ໄອຄອນ slides
  • ໄອຄອນ forms
  • ໄອຄອນ keep
  • ໄອຄອນ sites
  • ໄອຄອນ drive
  • ໄອຄອນ gmail
  • ໄອຄອນ Meet
  • ໄອຄອນປະຕິທິນ
  • ໄອຄອນ chats

ລອງໃຊ້ Docs for Work

ສຳລັບສ່ວນບຸກຄົນ (ຟຣີ)

ໄປຫາ Docs

Business Standard

$12 USD

ຕໍ່ຜູ້ໃຊ້/ເດືອນ, ຂໍ້ຜູກມັດ 1 ປີ info ຫຼື $14.40 ຕໍ່ຜູ້ໃຊ້/ເດືອນ, ເມື່ອຖືກຮຽກເກັບເງິນລາຍເດືອນ

ເລີ່ມຕົ້ນ

ເບິ່ງແພັກເກດເພີ່ມເຕີມ

Google Docs
Docs, Sheets, Slides, Forms

ການສ້າງເນື້ອຫາ

done

done

Google Drive
Drive

ບ່ອນຈັດເກັບຂໍ້ມູນຄລາວທີ່ປອດໄພ

15 GB ຕໍ່ຜູ້ໃຊ້

2 TB ຕໍ່ຜູ້ໃຊ້

Drive ທີ່ແບ່ງປັນສຳລັບທີມຂອງທ່ານ

remove

done

Google Gmail
Gmail

ອີເມວທີ່ປອດໄພ

done

done

ອີເມວທຸລະກິດກຳນົດເອງ

remove

done

Google Meet
Meet

ການປະຊຸມວິດີໂອ ແລະ ສຽງ

ຜູ້ເຂົ້າຮ່ວມ 100 ຄົນ

ຜູ້ເຂົ້າຮ່ວມ 150 ຄົນ

ບັນທຶກການປະຊຸມໄປໃສ່ Drive ແລ້ວ

remove

done

ຜູ້ເບິ່ງແຍງລະບົບຄວາມປອດໄພ
ຜູ້ເບິ່ງແຍງ

ການເບິ່ງແຍງລະບົບແບບຮວມສູນ

remove

done

ການຄວບຄຸມນະໂຍບາຍຄວາມປອດໄພແບບອີງໃສ່ກຸ່ມ

remove

done

ການຊ່ວຍເຫຼືອລູກຄ້າ

ບໍລິການຕົວເອງອອນລາຍ ແລະ ກະດານສົນທະນາຊຸມຊົນ

ການຊ່ວຍເຫຼືອອອນລາຍຕະຫຼອດ 24 ຊົ່ວໂມງ ແລະ ກະດານສົນທະນາຊຸມຊົນ

ຮ່ວມມືກັນໄດ້ຈາກບ່ອນໃດກໍໄດ້, ຢູ່ອຸປະກອນໃດກໍໄດ້

ເຂົ້າເຖິງ, ສ້າງ ແລະ ແກ້ໄຂເອກະສານຂອງທ່ານບໍ່ວ່າທ່ານຈະຢູ່ໃສກໍຕາມ, ຈາກອຸປະກອນມືຖື, ແທັບເລັດ ຫຼື ຄອມພິວເຕີໃດກໍໄດ້, ເຖິງແມ່ນວ່າຈະອອບລາຍຢູ່ກໍຕາມ.

Google Play store Apple app store

ພ້ອມເລີ່ມຕົ້ນຫຼືຍັງ?